ເລືອກຊື້ໂດຣນເຄື່ອງຈັກ ໂດຣນ ແລະ ບໍລິການ
ອ່ານສະເປັກໂດຣນໃຫ້ເປັນ — ຕົວເລກໃດມີຄວາມໝາຍ ຕົວເລກໃດເປັນພຽງການຕະຫຼາດ
ແຍກໃຫ້ອອກລະຫວ່າງສະເປັກທີ່ບອກຄວາມສາມາດແທ້ ກັບຕົວເລກທີ່ຟັງແລ້ວດີແຕ່ບໍ່ໄດ້ໃຊ້ໃນວຽກປະຈຳວັນ
ອ່ານປະມານ 2 ນາທີ
ໃນບົດຄວາມນີ້
ເອກະສານຂາຍໂດຣນມັກເຕັມໄປດ້ວຍຕົວເລກ ບົດຄວາມນີ້ຊ່ວຍແຍກວ່າຕົວໃດຄວນເບິ່ງແທ້
ນ້ຳໜັກຂຶ້ນບິນສູງສຸດ (MTOW)
- ບອກວ່າເຄື່ອງຮັບນ້ຳໜັກລວມໄດ້ເທົ່າໃດ ຕົວເລກນີ້ສຳຄັນ ເພາະມັນແມ່ນຂີດຈຳກັດແທ້ຂອງໂຄງສ້າງ ບໍ່ແມ່ນຕົວເລກທີ່ຄວນບິນຊົນເພດານທຸກມື້ ການບິນເຕັມພິກັດຕະຫຼອດເວລາເຮັດໃຫ້ມໍເຕີ ແລະ ແບັດເຕີຣີເສື່ອມໄວ
ເວລາບິນຕໍ່ແບັດເຕີຣີ
- ຕົວເລກທີ່ໂຄສະນາມັກເປັນການບິນເປົ່າບໍ່ມີຢາ ຕົວເລກທີ່ຄວນຖາມແມ່ນ "ບິນໄດ້ຈັກນາທີ ຕອນບັນທຸກເຕັມຖັງ" ເຊິ່ງສັ້ນກວ່າຫຼາຍ ແລະ ເປັນຕົວເລກທີ່ກຳນົດຈັງຫວະການເຮັດວຽກແທ້
ອັດຕາການໄຫຼຂອງຫົວສີດ
- ບອກວ່າພົ່ນໄດ້ຈັກລິດຕໍ່ນາທີ ໃຊ້ຄູ່ກັບຄວາມໄວບິນເພື່ອຄຳນວນປະລິມານຕໍ່ໄຮ່ ຖ້າຜູ້ຂາຍຕອບຕົວເລກນີ້ບໍ່ໄດ້ ໃຫ້ລະວັງ ເພາະມັນແມ່ນຕົວເລກພື້ນຖານທີ່ສຸດຂອງວຽກພົ່ນ
ຄວາມກວ້າງແນວພົ່ນ
- ບອກວ່າບິນໜຶ່ງຖ້ຽວຄອບຄຸມກວ້າງເທົ່າໃດ ຕົວເລກນີ້ຕ້ອງມາພ້ອມເງື່ອນໄຂ ເຊັ່ນ ຢູ່ທີ່ຄວາມສູງເທົ່າໃດ ເພາະແນວພົ່ນກວ້າງຂຶ້ນເມື່ອບິນສູງຂຶ້ນ ແຕ່ລະອອງກໍຈະປິວຫຼາຍຂຶ້ນນຳ
ລະບົບຫຼົບສິ່ງກີດຂວາງ ແລະ ເຣດາຕາມພູມສັນຖານ
- ມີປະໂຫຍດແທ້ໃນເນື້ອທີ່ທີ່ມີເສົາໄຟ ຕົ້ນໄມ້ ຫຼື ພື້ນທີ່ຄ້ອຍຊັນ ແຕ່ຕ້ອງຖາມວ່າເຮັດວຽກໄດ້ໃນສະພາບໃດແດ່ ເຣດາບາງແບບເຮັດວຽກໄດ້ບໍ່ດີກັບພືດສູງ ຫຼື ໃນໝອກ
ຕົວເລກທີ່ມັກເປັນການຕະຫຼາດຫຼາຍກວ່າການໃຊ້ງານ
- ໄລຍະສັນຍານສູງສຸດຫຼາຍກິໂລແມັດ ໃນວຽກພົ່ນແທ້ ພວກເຮົາບິນຢູ່ໃນໄລຍະສາຍຕາສະເໝີຕາມກົດໝາຍ ຕົວເລກນີ້ຈຶ່ງແທບບໍ່ໄດ້ໃຊ້ ຄວາມໄວສູງສຸດກໍເຊັ່ນກັນ ເພາະການພົ່ນຕ້ອງໃຊ້ຄວາມໄວທີ່ສຳພັນກັບອັດຕາການໄຫຼ ບໍ່ແມ່ນໄວທີ່ສຸດເທົ່າທີ່ເຄື່ອງເຮັດໄດ້
ສິ່ງນອກສະເປັກທີ່ສຳຄັນກວ່າເຄິ່ງໜຶ່ງຂອງສະເປັກ
- ອາໄຫຼ່ຫາໄດ້ບໍ່ ລາຄາເທົ່າໃດ ສູນສ້ອມແປງຢູ່ໃສ ໃຊ້ເວລາສ້ອມຈັກມື້ ມີຄົນສອນໃຊ້ງານບໍ່ ເຄື່ອງທີ່ສະເປັກງາມ ແຕ່ຕ້ອງລໍຖ້າອາໄຫຼ່ສາມອາທິດໃນລະດູພົ່ນ ແມ່ນເຄື່ອງທີ່ສ້າງລາຍໄດ້ໃຫ້ບໍ່ໄດ້
ຖາມຜູ້ຂາຍໃຫ້ຄົບທັງສອງສ່ວນ ແລ້ວປຽບທຽບດ້ວຍຂໍ້ມູນຊຸດດຽວກັນ
ພ້ອມເບິ່ງໂດຣນລຸ້ນຈິງແລ້ວບໍ?




